ເກມລະຫັດລຸ້ນໂຊກຢູນີເທວແຈກ ເລີ່ມແຕ່ວັນທີ 01/12/2011 ເຖີງວັນທີ 29/02/2012

       ລູກຄ້າທຸກທ່ານ ທີ່ຊື້ບັດເຕີມງີຂອງຢູນີເທວຂູດແລະເຕີມງີດ້ານຫຼັງ ຈະມີຂໍ້ຄວາມແນະນໍາເພື່ອຂູດເບິ່ງລະຫັດລຸ້ນໂຊກ, ​ເມື່ອຂູດເບິ່ງລະຫັດແລ້ວ ລູກຄ້າ​​ໂທເຂົ້າ 999 ຫຼື 989 ​ເພື່ອກວດເບິ່ງລະຫັດທີ່ຕົນເອງວ່າໄດ້ຮັບລາງວັນຫຍັງ, ​ໂດຍລະບົບຈະເກັບຄ່າບໍລິການ 800 ກີບ/ຄັ້ງ.

 

 

 

ຕົວຢ່າງ​:

-          ຂູດເຫັນລະຫັດ 123 456 , ຫຼັງຈາກນັ້ນ ລູກຄ້າກໍ່ໂທເຂົ້າເບີສູນ 999 ຫຼື 989 ຫຼັງຈາກໂທເຂົ້າເບີດັ່ງກ່າວແລ້ວ ຈະມີສຽງຕອບຮັບແລະໃຫ້ປະຕິບັດຕາມຂັ້ນຕອນແນະນໍາ

 

ເງື່ອນໄຂຂອງການຮບັລາງວັນ:

o    ຫາກຖືກລາງວັນ ປະເພດ 1 : ພາຍໃນ 1 ຊົ່ວໂມງ ຈະມີພະນັກງານ​​ໂທຫາເພື່ອແນະນໍານັດໝາຍຮັບຂອງລາງວັນ

o    ຫາກຖືກລາງວັນ ປະເພດ 2 : ຜູ້ໂຊກດີ ສາມາດໂທສອບຖາມແລະນໍາເອົາບັດ​​ເພື່ອ​​ໄປແລກຮັບໄດ້ທີ່ສູນຂອງຢູນີເທວ.